ການນຳແຂວງສະຫວັນນະເຂດ ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງຈຳພອນ

ປະຈຸບັນນີ້ ຢູ່ໃນ 8 ເມືອງຂອງແຂວງສະຫວັນນະເຂດ ລະດັບນໍ້າ ແລະ ສາຍນໍ້າສາຂາຕ່າງໆສືບຕໍ່ຫຼຸດລົງ ເປັນປົກກະຕິແລ້ວ ແຕ່ຍັງມີຜູ້ປະສົບໄພຈໍານວນຫຼາຍຍັງຕ້ອງການເຄື່ອງຊ່ວຍເຫຼືອຈາກສັງຄົມ. ກໍາມະການປະຈໍາພັກແຂວງ ປະທານກວດກາພັກລັດແຂວງສະຫວັນນະເຂດ ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ, ພ້ອມພະແນກການອ້ອມຂ້າງແຂວງ ເຊິ່ງມີພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ,…

ການແຂ່ງຂັນຕີຄີທີ່ບູຸນນະມັດສະການພະທາດຫລວງທີມປະຊາຊົນຊະນະທີມລັດຖະບານ 5-4 ລູກ

ການແຂ່ງຂັນຕີຄີໃນງານບຸນນະມັດສະການພະທາດຫຼວງລະຫວ່າງທີມປະຊາຊົນ ແລະ ທີມລັດຖະບານ ທີ່ໄດ້ຈັດຂຶ້ນໃນຕອນບ່າວມື້ວັນທີ 31 ຕຸລາທີ່ຜ່ານມາ ທີ່ເດີ່ນພະທາດຫຼວງ ຜົນປະກົດວ່າທີມປະຊາຊົນຊະນະທີມລັດຖະບານ 5 ຕໍ່ 4 ລູກ ຊຶ່ງຜົນການແຂ່ງຂັນກໍ່ເໝືອນກັບທຸກໆປີທີ່ທີມປະຊາຊົນຕ້ອງຊະນະທີມລັດຖະບານ. ຫຼາຍທ່ານອາດຈະຍັງບໍ່ຮູ້ວ່າເປັນຫຍັງທີມລັດຖະບານຕ້ອງຍອມເສຍໃຫ້ທີມປະຊາຊົນໃນການແຂ່ງຂັນຕີຄີໃນງານບຸນນະມັດສະການພະທາດຫຼວງທຸກໆປີ ນັ້ນມີຄວາມໝາຍວ່າຍາມໃດພັກ, ລັດ ແມ່ນຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ, ສຸມສະຕິປັນຍາ ແລະ ເຫື່ອແຮງເພື່ອປະເທດຊາດ…

ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງບຸກຄະລາກອນຂັ້ນສູງຂອງລັດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າວັນທີ 30 ຕຸລາ 2020, ພາຍໃຕ້ການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາຕາມການສະເໜີຂອງນາຍົກລັດຖະ ມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງບຸກຄະລາກອນຂັ້ນສູງຂອງລັດ,…

ຊາວພຸດຈຳນວນຫຼວງຫຼາຍຮ່ວມພິທີຕັກບາດ ໃນງານບຸນນະມັດສະການພະທາດຫຼວງຕອນເຊົ້າຂອງມື້ນີ້

ຊາວພຸດຈໍານວນຫຼວງຫຼາຍໄດ້ພ້ອມໃຈກັນໄປຮ່ວມພິທີຕັກບາດເນື່ອງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ໃນຕອນເຊົ້າຂອງມື້ວັນທີ 31 ຕຸລານີ້ ຊຶ່ງເປັນມື້ສຸດທ້າຍຂອງງານບຸນ, ໂດຍແຕ່ລະຄົນໄດ້ເອົາເຂົ້າໜົມ, ເຂົ້າຕົ້ມ ແລະ ສິ່ງຂອງອື່ນໆທີ່ກ່ຽວກັບການຕັກບາດມາຖະຫວາຍສັງຄະທານແດ່ພະສົງສາມະເນນຫຼາຍກວ່າ 100 ອົງ. ໃນຕອນບ່າຍຂອງມື້ນີ້ ເວລາປະມານ 13 ໂມງ 00 ຈະມີພິທີແຫ່ລູກຄີ ແລະ…

ຊາວສວນກາເຟຢູ່ເມືອງປາກຊ່ອງມີລາຍຮັບເພີ່ມ ຂຶ້ນຈາກການປູກຜັກປອດສານພິດ

ຊາວສວນກາເຟບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈຳປາສັກ ຫຼາຍກວ່າ 60 ຄອບຄົວ ໄດ້ມີຊີວິດການເປັນຢູ່ດີຂຶ້ນ ຍ້ອນມີລາຍຮັບເພີ່ມຂຶ້ນຈາກການປູກຜັກປອດສານພິດເພື່ອສົ່ງຂາຍໃຫ້ແຫຼ່ງ ທ່ອງທ່ຽວ ທຳມະຊາດນ້ຳຕົກຕາດເຍືອງ. ຫົວໜ້າຈຸ ຂອງກຸ່ມປູກຜັກປອດສານພິດ ບ້ານຫຼັກ 40 ທ່ານນາງ ໂສພາ ແກ້ວການດາ ກ່າວຕໍ່ທີມງານໜັງສືພິມວຽງຈັນທາຍເມື່ອບໍ່ດົນມານີ້ວ່າ:  ສະມາຊິກກຸ່ມປູກຜັກປອດສານພິດບ້ານຫຼັກ…

ຄຸນນະພາບການຮຽນ-ການສອນ ຢູ່ໃນບາງເຂດຍັງເຮັດບໍ່ທັນໄດ້ດີ

ລັດຖະບານຍອມຮັບວ່າລະບົບການຮຽນ-ການສອນຢູ່ໃນບາງເຂດຂອງປະເທດເຮົາຍັງເຮັດບໍ່ທັນໄດ້ດີຊຶ່ງກໍເກີດມາຈາກຫຼາຍປັດໄຈ ເຊັ່ນ: ສະພາບແວດລ້ອມ, ຄວາມຮູ້ຄວາມສາມາດຂອງຄູ ຍັງມີຂິດຈໍາກັດ, ນອກນັ້ນ ອຸປະກອນຮັບໃຊ້ການສຶກສາກໍຍັງບໍ່ພຽງພໍ.    ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານສະພາບການສຶກສາຢູ່ລາວ ຕໍ່ຄະນະລັດຖະບານ ແລະ ສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ…

ເມືອງຄໍາເກີດແຂວງບໍລິຄໍາໄຊ ຖືກກະທົບໜັກຈາກພະຍຸໄຕ້ຝຸ່ນໂມລາເວ

ພະຍຸໄຕ້ຝຸ່ນ ໂມລາເວ ໄດ້ເຮັດໃຫ້ນ້ຳຖ້ວມຢ່າງໜັກຢູ່ບ້ານນາແປ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ສ່ວນແຂວງອື່ນໆມີແຕ່ຝົນຕົກໜັກ ແຕ່ບໍ່ເກີດນໍ້າຖ້ວມ ແລະ ມີແຕ່ແຂວງສາລະວັນທີ່ເສົາໄຟຟ້າຫັກລົ້ມຈໍານວນໜຶ່ງ  ແລະ ຫຼັງຄາເຮືອນຂອງປະຊາຊົນຈຳນວນໜຶ່ງຖືກລົມພັດໄປ. ຈາກກໍລະນີທີ່ພະຍຸໄຕ້ຝຸ່ນໂມລາເວ (TY MOLAVE) ຫົວທີ 18 ແລະ ເປັນພະຍຸຫົວທີ 6 ທີ່ເຄື່ອນພັດຜ່ານແຂວງເຊກອງ…

ຍົກລະດັບຄວາມຮູ້ດ້ານການຂຽນຂ່າວໃຫ້ແກ່ສື່ມວນຊົນທົ່ວແຂວງໄຊສົມບູນ

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ຮ່ວມກັບ ກົມສື່ມວນຊົນ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບການຂຽນຂ່າວ ແລະ ຜະລິດຂ່າວ ສຳລັບວິທະຍຸ ແລະ ໂທລະໂຄ່ງ, ຂ່າວໜັງສືພິມ ແລະ ສື່ສັງຄົມອອນລາຍ ໃຫ້ແກ່ສື່ມວນຊົນ ທົ່ວແຂວງໄຊສົມບູນ, ພາຍໃຕ້ຫົວຂໍ້…

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເນັ້ນໃຫ້ຄະນະພັກນະຄອນຫຼວງວຽງຈັນ ຊຸດໃໝ່ ປະຕິບັດໜ້າທີ່ໂດຍຖືເອົາຜົນປະໂຫຍດຂອງຊາດ ແລະ ປະຊາຊົນເປັນສຳຄັນ

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວເນັ້ນໃຫ້ໃນຄະນະພັກຊຸດໃໝ່ທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VII ທີ່ໄດ້ປິດລົງມື້ວັນທີ 29 ຕຸລາທີ່ຜ່ານມາວ່າ:  ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ,…

ກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງ ຈັນຄັດເລືອກເອົາສະຫາຍ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກຊຸດໃໝ່

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນໄດ້ປ່ອນບັດຄັດເລືອກເອົາຄະນະ ບໍລິຫານງານພັກນະຄອນຫຼວງວຽງຈັນຊຸດໃໝ່ ຈໍານວນ 41 ສະຫາຍ (ຍິງ 9 ສະຫາຍ) ຈາກຜູ້ສະໝັກທັງໝົດ 46 ສະຫາຍ (ຍິງ 10 ສະຫາຍ) ແລະ ເລືອກຕັ້ງເອົາຄະນະກໍາມະ ການປະຈໍາພັກ 13 ສະຫາຍ (ຍິງ…