ນະຄອນຫຼວງວຽງຈັນ ຄາດວ່າຈະມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ສູງສຸດປະມານ 2.000 ຄົນ
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ (ນວ) ໃຫ້ຮູ້ວ່າ: ປັດຈຸບັນນີ້ໄດ້ກຽມຄວາມພ້ອມທຸກດ້ານແລ້ວໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ວ່າຈະເປັນທີມງານແພດໝໍ, ສະຖານທີ່ຈໍາກັດບໍລິເວນ, ອຸປະກອນການແພດຕ່າງໆ ທີ່ໄດ້ເຮັດວຽກປະສານງານຢ່າງໃກ້ຊິດກັບຊຽ່ວຊານອົງການອະນາໄມໂລກໂດຍສະເພາະແມ່ນການຈັດສັນເຄື່ອງມື ແລະ ອຸປະກອນທີ່ຈໍາເປັນລວມທັງໂຮງໝໍປິ່ນປົວ ແລະ ສະຖານທີ່ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ຊຶ່ງຄາດວ່າຈະມີຜູ້ຕິດເຊື້ອສູງສຸດປະມານ 2.000 ຄົນ. ສະເພາະໂຮງໝໍທີ່ປິ່ນປົວພະຍາດດັ່ງກ່າວປະກອບມີ…

