ໄຊຍະບູລີຈະຢຶດພາຫະນະພວງມະໄລຂວາທີ່ແຕ່ລະພາກສ່ວນນຳໃຊ້ມາເປັນຂອງລັດ ແລະ ແກ້ໄຂຕາມກົດໝາຍ
ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ຫົວໜ້າຄະນະຮັບຜິດຊອບແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ພາຍໃນແຂວງໄຊຍະບູລີໄດ້ອອກແຈ້ງການເມື່ອມໍ່ໆມານີ້ເຖິງພາກສ່ວນຕ່າງໆໃຫ້ປະຕິບັດດັ່ງນີ້: 1. ມອບໃຫ້ການນຳພະແນກການ-ອົງການຂັ້ນແຂວງ ຕະຫຼອດຮອດອົງການປົກຄອງຂັ້ນເມືອງ ພາຍໃນແຂວງ ສືບຕໍ່ຈັດ ຕັ້ງປະຕິບັດການແກ້ໄຂຍານພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ຕາມຄຳແນະນຳ ຂອງກະຊວງ ການເງິນ ສະບັບເລກທີ 2063/ກງ, ລົງວັນທີ…

