ຍີ່ປຸ່ນ ມອບອຸປະກອນກິລາຄົນພິການ ນໍາໃຊ້ເຂົ້າໃນການຝຶກຊ້ອມ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນກິລາພາຣາແລມປິກ ໂຕກຽວ ປີ 2021
ລັດຖະບານຍີ່ປຸ່ນ ໄດ້ສະໜັບສະໜູນ ອຸປະກອນກິລາຄົນພິການ ໃຫ້ຄະນະກຳມະການພາຣາແລມປິກ ແຫ່ງຊາດລາວ ເພື່ອປະກອບສ່ວນໃຫ້ຄູຝຶກ ແລະ ນັກກິລາ ໄດ້ໄປນໍາໃຊ້ເຂົ້າໃນການ ຝຶກແອບ-ຝຶກຊ້ອມ ໃນການຍົກລະດັບຄວາມຮູ້-ຄວາມສາມາດດ້ານກິລາໃຫ້ດີຂຶ້ນເທື່ອລະກ້າວ, ໂດຍສະເພາະແນໃສ່ຝຶກຊ້ອມນັກກິລາຄົນພິການ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນກິລາພາຣາແລມປິກ ໂຕກຽວ ປີ 2021 ທີ່ຈະມາເຖິງນີ້. ການສະໜັບສະໜູນອຸປະກອນຄັ້ງນີ້ແມ່ນ ພາຍໃຕ້ໂຄງການຊ່ວຍເຫຼືອ ວັດທະນະທຳ…

