Vientiane Times Lao

ແດນສະຫວັນ ນ້ຳງື່ມຣີສອດ ມອບຜ້າອັດປາກ-ດັງ ແລະ ເຄື່ອງບໍລິໂພກໃຫ້ 4 ພາກສ່ວນຢູ່ເມືອງທຸລະຄົມ

ແດນສະຫວັນ ນໍ້າງື່ມ ຣີສອດໄດ້ນໍາເອົາເຄື່ອງປະກອບມີນໍ້າດື່ມ 5.000 ຕຸກ, ໝີ່ສໍາເລັດຮູບ 600 ແກັດ, ຜ້າອັດປາກ-ດັງ 20.000 ແຜ່ນ ແລະ ໄຂ່ໄກ່ 200 ແຕະ (6.000 ໜ່ວຍ) ລວມມູນຄ່າ 65 ລ້ານກວ່າກີບ…

ບໍ່ແກ້ວສະເໜີໃຫ້ຄະນະສະເພາະກິດຂັ້ນສູນກາງ ໂຈະການເຄື່ອນຍ້າຍ ຫຼື ອອກໃບອະນຸຍາດໃຫ້ຄົນຕ່າງປະເທດເຂົ້າມາໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19

ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວໄດ້ສະເໜີໃຫ້ກະຊວງສາທາລະນະສຸກ ສືບຕໍ່ສົ່ງແພດ-ໝໍຈາກສູນກາງ ມາຊ່ວຍແຂວງບໍ່ແກ້ວໃນການຕ້ານ, ປ້ອງກັນ ແລະ ຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ຂໍງົບປະມານໃນການລົງເຄື່ອນໄຫວ, ນອກນັ້ນທ່ານຍັງໄດ້ສະເໜີໃຫ້ຄະນະ ສະເພາະກິດຂັ້ນສູນກາງ ໂຈະການເຄື່ອນຍ້າຍ ຫຼື ອອກໃບອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ ມາໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກອງປະຊຸມປຶກສາຫາລືການ…

ໂຮງໝໍພາກສະໜາມຫ້ວຍຫົງຈະກາຍເປັນບ່ອນຈຳກັດບໍລິເວນ 14 ວັນໃຫ້ຄົນເຈັບທີ່ປິ່ນປົວຫາຍດີຈາກ ໂຄວິດ-19 ຈາກໂຮງໝໍພາກສະໜາມລ້ານຊ້າງ ແລະ ຫຼັກ 27

ທ່ານ ຮສ ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຈະຫັນໂຮງໝໍພາກສະໜາມຫ້ວຍຫົງເປັນບ່ອນຈຳກັດບໍລິເວນ 14 ວັນໃຫ້ຄົນເຈັບທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ຈາກໂຮງໝໍພາກສະໜາມລ້ານຊ້າງ ແລະ ຫຼັກ 27…

ທ່ານ​ເປັນ​ຄົນ​ເຈັບ​ທ່ານ​ໝໍ​ດູ​ແລ​ແຕ່​ຖ້າທ່ານບໍ່​ເປັນ​ເຈົ້າ​ຂອງ​ຊີ​ວິດ​ທ່ານ​ເອງ ບໍ່​ມີ​ໃຜ​ຊ່ວຍ​ທ່ານ​ໄດ້

ຄະ​ນະ​ສະ​ເພາະ​ກິດ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນະ​ຄອນ​ຫຼວງວຽງ​ຈັນ ໃຫ້​ຮູ້​ວ່າ: ຍັງ​ມີ​ການລັກ​ຕັ້ງ​ກຸ່ມ​ຊຸມ​ແຊວ​ກິນ​ເຫຼົ້າ​ເບຍ​ຢູ່​ແຕ່​ລະ​ບ້ານໃນ​ນະ​ຄອນ​ຫຼວງວຽງ​ຈັນ ຊຶ່ງ​ເປັນ​ການຝ່າ​ຝືນ​ຄຳ​ສັ່ງ​ນາ​ຍົກ ແລະ ມາດ​ຕະ​ການ​ທີ່​ທາງ​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກ​ ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວີດ-19 ​​ຊຶ່ງ​ຄະ​ນະ​ສະ​ເພາະ​ກິດ​ຝາກ​ຖາມ​ວ່າ​ກຸ່ມ​ຄົນ​ທີ່​ຊຸມ​ແຊວ​ນັ້ນ​ແມ່ນ​ຄົນ​ລາວ​ຢູ່​ບໍ ຖ້າ​ບໍ່​ຊ່ວຍ​ກັນ​ໃນ​ຍາມ​ເກີດ​ມີ​ການ​ຜ່​ລະ​ບາດ​ຂອງ​ພະ​ຍາດ​ນີ້​ແມ່ນ​ໃຜ​ຈະ​ເປັນ​ຜູ້​ຊ່ວຍ, ຊີ​ວິດ​ຂອງ​ທ່ານ​ເວ​ລາ​ເຈັບ​ເປັນ​ເຮົາ​ດູ​ແລ​ແຕ່​ຖ້າທ່ານບໍ່​ເປັນ​ເຈົ້າ​ຂອງ​ຊີ​ວິດ​ທ່ານ​ເອງ ບໍ່​ມີ​ໃຜ​ຊ່ວຍ​ທ່ານ​ໄດ້.   ຄະ​ນະ​ສະ​ເພາະ​ກິດ ຮຽກ​ຮ້ອງ​ໃຫ້​ກອງ​ຫຼອນ​ບ້ານ​ເປັນ​ຫູ​ເປັນ​ຕາ ແລະ ເຂົ້າ​ໄປ​ຕັກ​ເຕືອນ​ກຸ່ມ​ຄົນ​ດັ່ງ​ກ່າວ​ເພື່ອ​ເປັນ​ການ​ຊ່ວຍ​ເຫຼືອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ອີກ​ຊ່ອງ​ທາງ​ໜຶ່ງ​ຊ່​ວຍ​ລັດ​ຖະ​ບານ…

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມໃໝ່ຈໍານວນ 21 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 16 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 16 ພຶດສະພາ 2021ນີ້ ຈໍານວນ 21 ຄົນໃນ​ທົ່ວ​ປະ​ເທດ ຈາກ​ການ​ເກັບ​ຕົວ​ຢ່າງ​ມາ​ກວດ​ມື້​ວັນ​ທີ 15 ພຶດ​ສະ​ພາ ຈຳ​ນວນ 1.427 ຄົນ,…

ຄະນະແພດໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ ມາ​ຊ່ວຍ​ທີມ​ງານ​ແພດ​ໝໍ ແຂວງ​ຈຳ​ປາ​ສັກ​ກ່ຽວ​ກັບ​ວິ​ທີ​ຕ່າງໆ​ໃນ​ການ​ປິ່ນ​ປົວ ແລະ ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19

ຄະນະແພດໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ ນຳໂດຍ ທ່ານ ເຣື້ອງແອ໋ງເຢືອງ ຮອງກົມຄຸ້ມຄອງກວດ ແລະ ປິ່ນປົວພະຍາດ ສສ ຫວຽດນາມ, ມີຊ່ຽວຊານ ດ້ານຂະແໜງໄວຣັສ, ຈຸລິນຊີ, ຊ່ຽວຊານສະກັດກັ້ນພະຍາດຊຶມເຊື້ອ ແລະ ທິມແພດຈາກ ກົມອະນາໄມ…

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 72 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 15 ພຶດສະພາ 2021 ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 15 ພຶດສະພາ 2021 ນີ້ຈໍານວນ 72 ຄົນ ໃນນີ້ຢູ່ນະຄອນຫຼວງວຽງຈັນ 14 ຄົນ,…

ພະຍາດໂຄວິດ-19 ເປັນພະຍາດທີ່ຮ້າຍແຮງ ແຕ່ສາມາດປ້ອງກັນໄດ້

ຄະ​ນະ​ສະ​ເພາະ​ກິດ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ຮູ້​ວ່າ: ພະ​ຍາດ​ໂຄວິດ-19 ເປັນ​ພະ​ຍາດ​ທີ່​ຮ້າຍ​ແຮງ ຊຶ່ງຍັງ​ບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ​ທີ່​ສາ​ ມາດ​ຜະ​ລິດ​ຢາ​ທີ່​ສາ​ມາດ​ປ້ອງ​ກັນ​ພະ​ຍາດ​ນີ້​ໄດ້, ແຕ່​ທຸກ​ຄົນ​ສາ​ມາດ​ປ້ອງ​ກັນ​ໄດ້ຖ້າປະຕິບັດ ມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ໂດຍ​ການໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ,…

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 16 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 14 ພຶດສະພາ 2021 ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 14 ພຶດສະພາ 2021 ນີ້ຈໍານວນ 16 ຄົນ ໃນນີ້ຢູ່ນະຄອນຫຼວງວຽງຈັນ 1 ຄົນ…

ພະແນກອຸດສາຫະກຳ ແລະ ການຄ້າ ນວ ເລັ່ງຄຸ້ມຄອງລາຄາສິນຄ້າທີ່ຈໍາເປັນ ໃນໄລຍະທີ່ສືບຕໍ່ມາດຕະການ ປ້ອງກັນພະຍາດໂຄວິດ-19 ອີກ 15 ວັນ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮ່ວມມືກັບລັດວິສາຫະກິດ ແລະ ຜູ້ປະກອບການ ເລັ່ງປ້ອງກັນແມ່ຄ້າ-ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາເຂົ້າສານໜຽວ, ເຂົ້າສານຈ້າວ, ພຶດປອດສານພິດ ແລະ ຊີ້ນໝູ ໃນທີ່ມີສືບຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19 ອີກ 15 ວັນ ໂດຍການຕັ້ງຈຸດຂາຍສິນຄ້າດັ່ງກ່າວ ແລະ ໄດ້ວາງລາຄາຂາຍຕາມການຊີ້ນໍາຂອງລັດຖະບານ ຊຶ່ງມີຈຸດບໍລິການຈໍາໜ່າຍເຂົ້າ,…