ລັດເລັ່ງແກ້ໄຂການຖືພາແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່

ລັດຖະບານ ສປປ ລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ບັນດາອົງການ ຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາຕ່າງໆ ໄດ້ສຸມໃສ່ວຽກງານ ສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ເພື່ອແກ້ໄຂການຖືພາ ແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່ໃນ ສປປ…

ຝົນຈະຕົກໜັກ ລົມພັດ ແຮງໃນບາງທ້ອງຖີ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະວັນທີ 16-19 ກໍລະກົດ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ ສະພາບຝົນຕົກໃນລະດັບຄ່ອຍ ຫາ ກາງ ເປັນບໍລິເວນກ້ວາງ ພ້ອມຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຂອງແຂວງພາກກາງ ແລະ ພາກໃຕ້.…

9 ບັນຫາສໍາຄັນທີ່ ທ່ານນາຍົກເນັ້ນໃຫ້ນະຄອນຫລວງເລັ່ງປະຕິບັດ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ​ສປປ​ລາວ ໄດ້​ລົງ​ຊີ້​ນຳ​ວຽກ​ງານ ​ຢູ່​ຫ້ອງ​ວ່າການ​ນະ​ຄອນ​ຫຼວງ​ວຽງ​ຈັນ​ໃນບໍ່ດົນມານີ້ ຊຶ່ງທ່ານ​ໄດ້​ກ່າວເນັ້ນ​ໃຫ້ອໍານາດການປົກຄອງ ​ນະຄອນຫຼວງ​ວຽງ​ຈັນ ສຸມໃສ່ 9 ບັນຫາທີ່ສໍາຄັນ ໃນການຍູ້ເສດຖະກິດ. 9 ບັນຫາທີ່ສໍາຄັນປະກອບມີ: ໃຫ້ສືບຕໍ່ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສືບຕໍ່​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​, ຕ້ອງ​ສົ່ງເສີມ​ການ​ຜະລິດ​ຢູ່​ພາຍ​ໃນ​ໃຫ້​ເປັນ​ໜໍ່​ແໜງ ໃນຍຸກການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ສູ້​ຊົນ​ຊຸກຍູ້​ປະຊາຊົນ​ຜະລິດ​ກຸ້ມ​ຕົນ​ເອງ ເພີ່ງ​ຕົນ​ເອງ…

ເຂດອະນຸລັກປ່າໂຄກ ໂອງ-ມັ່ງ ໄດ້ປະກາດເປັນ ເຂດອະນຸລັກປ່າໂຄກໂອງ-ມັ່ງ ແຫ່ງຊາດ

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຣິຄາດາ ຣິເກີ ຫົວໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ໄດ້ເປັນປະທານໃນການເປີດເຂດອະນຸລັກປ່າໂຄກ ໂອງ-ມັ່ງ…

ເມືອງ ສີສັດຕະນາກ ປ່ອຍປາ 180.000 ກວ່າໂຕ ລົງສູ່ຄອງນໍ້າ ເຂດບ້ານດອນກອຍ

ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ປ່ອຍປາລົງສູ່ຄອງນໍ້າຢູ່ເຂດບ້ານດອນກອຍ 180.000 ກວາ່ໂຕ (ປາກິນຫຍ້າ, ປາປາກ, ປາທຳມະຊາດ, ເຕົ່າ ແລະ ສັດອື່ນໆອີກ ຈຳນວນໜຶ່ງ, ຊຶ່ງໄດ້ຈັດຂຶ້ນມື້ວານນີ້ ເພື່ອສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ວັນທີ 13…

ທຸກຄົນຈົ່ງເປັນເຈົ້າການນຳກັນ ທຳລາຍແຫຼ່ງເພາະພັນຍຸງລາຍ

ປະຈຸບັນ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍນັບມື້ເພີ່ມຂຶ້ນ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ມີກໍລະນີເສຍຊີວິດນຳອີກ. ສະນັ້ນ, ​ເພື່ອ​ເປັນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ການລະບາດຂອງ​ພະຍາດ​ດັ່ງກ່າວ, ທຸກພາກສ່ວນ​ໃນ​ສັງຄົມ ລວມເຖິງພໍ່ແມ່ປະຊາຊົນ ຈົ່ງພ້ອມໃຈກັນເອົາໃຈໃສ່ອະນາໄມ ຕາມສະຖານ​ທີ່​ຕ່າງໆ ​ເປັນ​ຕົ້ນ: ຫ້ອງການ, ສະຖານທີ່ສາທາລະນະ ແລະ ບ້ານເຮືອນຂອງໃຜລາວ ແລະ…

ເປີດອະນຸສອນສະຖານເພື່ອຈາລຶກວິລະກໍາ ຂອງຜູ້ນໍາພັກ-ແນວລາວຮັກຊາດ 16 ທ່ານ

ອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດທີ່ຄ້າຍໂພນເຄັງທີ່ບັນດາຜູ້ນຳໂຕນອອກຈາກຄຸກຂອງສັດຕູຢ່າງມະຫັດສະຈັນໃນຄໍ່າຄືນວັນທີ 24 ພຶດສະພາ ປີ 1960, ໄດ້ເປີດຢ່າງເປັນທາງການແລ້ວ ມື້ວານນີ້ ວັນທີ 13 ກໍລະກົດ 2020 ທີ່ຄ້າຍໂພນເຄັງ ນະຄອນຫລວງວຽງຈັນ. ລັດຖະບານໄດ້ລົງທຶນ ຈຳນວນ 8,5 ຕື້ກວ່າກີບເພື່ອສ້າງອະນຸສອນສະຖານດັ່ງກ່າວ,…

ລັດກຽມປັບປຸງຫຼາຍດ້ານເພື່ອຮອງຮັບການເພີ່ມຂື້ນຂອງປະຊາກອນ

ກະຊວງແຜນການ ແລະ ການລົງທຶນ ແຈ້ງໃຫ້ຮູ້ວ່າ: ລັດຖະບານ ຈະຕ້ອງໄດ້ສຸມໃສ່ລົງທຶນເພີ່ມເຕີມໃນການປັບປຸງລະບົບການສຶກສາ, ການຮຽນການສອນ, ການສະໜອງຄູໃຫ້ພຽງພໍ  ແລະ ລວມທັງການຂະຫຍາຍໂຮງຮຽນອອກສູ່ຊົນນະບົດໃຫ້ຫຼາຍຂຶ້ນ ເພື່ອຮອງຮັບປະຊາກອນລາວ ໂດຍສະເພາະເດັກນ້ອຍ ແລະ ໄວໜຸ່ມ ທີ່ເພີ່ມຂື້ນທຸກໆປີ ຊຶ່ງຄາດວ່າຮອດປີ 2030 ຈໍານວນປະຊາກອນລາວຈະມີເຖິງ 8,1 ລ້ານຄົນ.…

105 ຄົນເສຍຊີວິດ ຍ້ອນອຸບັດເຫດໃນເດືອນມີຖຸນາຜ່ານມາ

ໃນໄລຍະເດືອນມີຖຸນາຜ່ານມາ, ໄດ້ເກີດອຸປະຕິເຫດບົນທ້ອງຖະໜົນ 459 ກໍລະ­ນີ ໃນທົ່ວປະເທດ, ມີຜູ້ເສຍຊີວິດ 105 ຄົນ, ທຽບ­ໃສ່​ເດືອນ​ພຶດສະພາແມ່ນ ເພີ່ມຂຶ້ນ 59 ຄົນ. ພະແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້ລາຍງານໃຫ້ຮູ້ ຫວ່າງບໍ່ດົນມານີ້ວາ່: ປະ­ຈຸ­ບັນ, ການ​ເກີດ​ອຸ­ບັດ­ເຫດ​ຢູ່​ຕາມ​ສາຍ​ທາງ​ຕ່າງໆ​ໃນ​ທົ່ວ​ປະ­ເທດ ສ່ວນ​ໃຫຍ່​ແມ່ນ​ເກີດ…

ນໍ້າຖ້ວມກະທັນຫັນ ຢູ່ບ້ານນໍ້າແອ່ງເມືອງວຽງພູຄາ

ເກີດເຫດນໍ້າຖ້ວມກະທັນຫັນແບບປະຊາຊົນຕັ້ງຕົວບໍ່ທັນ ຍ້ອນຝົນໄດ້ຕົກຫຼາຍຊົ່ວໂມງໃນເວລາກາງຄືນ ເຮັດໃຫ້ມີນໍ້າຍຶ່ງຂຶ້ນຢູ່ຕາມຫ້ວຍ, ແມ່ນໍ້າຕ່າງໆ ບວກກັບນໍ້າໄດ້ໄຫຼລົງມາຕາມຮ່ອມພູ ຈຶ່ງເຮັດໃຫ້ເກີດນໍ້າຖ້ວມກະທັນຫັນດັ່ງກ່າວ ໃນມື້ວານນີ້ ວັນທີ 12 ກໍລະກົດ ຢູ່ບ້ານນໍ້າແອ່ງ ເມືອງ ວຽງພູຄາ ແຂວງຫລວງນໍ້າທາ. ເຫດນໍ້າຖ້ວມດັ່ງກ່າວໄດ້ເກີດຂຶ້ນໃນຕອນເຊົ້າ ແລະ ຜົນເສຍຫາຍເບື້ອງຕົ້ນແມ່ນມີເນື້ອທີ່ນາທີ່ຫາກໍ່ດໍາເເລ້ວ, ສວນພຶດຜັກຈຳນວນໜຶ່ງ ຖຶກນໍ້າຊຸ; ນອກນັ້ນຍັງມີສັດລ້ຽງຈໍານວນໜຶ່ງຖືກນໍ້າພັດໄປ,…