ລາວ-ຈີນຮ່ວມມືສົ່ງເສີມນັກສຶກສາລາວຮຽນຮູ້ພາສາຈີນ ເພື່ອຮອງຮັບບັນດາໂຄງການຕ່າງໆຂອງຈີນ ຢູ່ລາວ
ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ.ຈີນ ຮ່ວມມືກັນພັດທະນາຊັບພະຍາກອນມະນຸດ ໂດຍສະເພາະໃນການສົ່ງເສີມນັກສຶກສາລາວຮຽນຮູ້ພາສາຈີນໃຫ້ຫຼາຍຂຶ້ນເພື່ອຮອງຮັບບັນດາໂຄງການຕ່າງໆຂອງຈີນ ຢູ່ລາວ ໂດຍສະເພາະໂຄງການລົດໄຟລາວ-ຈີນ, ທາງດ່ວນວຽງຈັນ-ວັງວຽງ ແລະ ໂຄງການອື່ນໆ ໂດຍການເປີດການຮຽນການສອນພາສາຈີນ ຢູ່ ແຂວງວຽງຈັນ. ສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດໄດ້ທໍາການເປີດປ້າຍຫ້ອງຮຽນຂົງຈື ຫຼື ເປີດຫ້ອງຮຽນພາສາຈີນ ທີ່ໂຮງຮຽນສາມັນກິນນອນຊົນເຜົ່າວັງວຽງ ແຂວງວຽງຈັນ…

