ນໍ້າຖ້ວມກະທັນຫັນ ຢູ່ບ້ານນໍ້າແອ່ງເມືອງວຽງພູຄາ
ເກີດເຫດນໍ້າຖ້ວມກະທັນຫັນແບບປະຊາຊົນຕັ້ງຕົວບໍ່ທັນ ຍ້ອນຝົນໄດ້ຕົກຫຼາຍຊົ່ວໂມງໃນເວລາກາງຄືນ ເຮັດໃຫ້ມີນໍ້າຍຶ່ງຂຶ້ນຢູ່ຕາມຫ້ວຍ, ແມ່ນໍ້າຕ່າງໆ ບວກກັບນໍ້າໄດ້ໄຫຼລົງມາຕາມຮ່ອມພູ ຈຶ່ງເຮັດໃຫ້ເກີດນໍ້າຖ້ວມກະທັນຫັນດັ່ງກ່າວ ໃນມື້ວານນີ້ ວັນທີ 12 ກໍລະກົດ ຢູ່ບ້ານນໍ້າແອ່ງ ເມືອງ ວຽງພູຄາ ແຂວງຫລວງນໍ້າທາ. ເຫດນໍ້າຖ້ວມດັ່ງກ່າວໄດ້ເກີດຂຶ້ນໃນຕອນເຊົ້າ ແລະ ຜົນເສຍຫາຍເບື້ອງຕົ້ນແມ່ນມີເນື້ອທີ່ນາທີ່ຫາກໍ່ດໍາເເລ້ວ, ສວນພຶດຜັກຈຳນວນໜຶ່ງ ຖຶກນໍ້າຊຸ; ນອກນັ້ນຍັງມີສັດລ້ຽງຈໍານວນໜຶ່ງຖືກນໍ້າພັດໄປ,…

