ທາງດ່ວນວຽງຈັນ-ວັງວຽງຈະເປີດບໍລິການໃນທ້າຍ ເດືອນ ທັນວານີ້

ບໍລິສັດຮ່ວມທຶນພັດທະນາ ທາງດ່ວນລາວ-ຈີນຈໍາກັດ ແຈ້ງຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ:  ໄດ້ເລື່ອນການເປີດເສັ້ນທາງດ່ວນວຽງຈັນ-ວັງວຽງໄປເປີດໃນລະຫວ່າງວັນທີ 20-30 ທັນວາ 2020 ຊຶ່ງຕາມແຜນແລ້ວແມ່ນຈະເປີດບໍລິການໃນວັນທີ 2 ທັນວາ 2020 ທີ່ຜ່ານມາເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ…

ລົດຂົນສົ່ງສິນຄ້າລະເບີດ ຢູ່ດ່ານ ສາ​ກົນແດນ​ສະ​ຫວັນ-ລາວບາວ

ເກີດເຫດລົດຂົນສົ່ງສິນຄ້າລະເບີດແບບບໍ່ຮູ້ສາເຫດ ແລະ ໄດ້ເຮັດໃຫ້ໄຟຟົ້ງໄປໄໝ້ລົດບັນທຸກສິນຄ້າອີກຫຼາຍຄັນ ໃນມື້ເຊົ້າວັນທີ 3 ທັນວາ 2020 ນີ້ ເວລາ 9 ໂມງ 00 ທີ່ດ່ານສາກົນແດນ​ສະ​ຫວັນ-ລາວບາວ  (ຊາຍແດນລາວ-ຫວຽດນາມ) ​ຢູ່ເບື້ອງຝັ່ງລາວ ​ທີ່ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ, ຮອດປັດຈຸບັນນີ້ເວລາປະມານ 10 ໂມງ…

ລາວສົ່ງອອກຜະລິດຕະພັນເຫຼັກເສັ້ນເປັນຄັ້ງທຳອິດໄປຕ່າງປະເທດ

ບໍລິສັດ ເຫຼັກຄູນເພັງ ວຽງຈັນຈຳກັດ ແລະ ບໍລິສັດ ອຸດສາຫະກຳເຫຼັກ ຄູນຄຳ ຈໍາກັດ, ເມື່ອບໍ່ດົນມານີ້,  ໄດ້ສົ່ງອອກຜະລິດຕະພັນເຫຼັກເສັ້ນປ້ອງອ້ອຍຂະໜາດ 25 mm ທີ່ຜະລິດຈາກໂຮງງານຂອງເຂົາເຈົ້າ ຈໍານວນ 300 ໂຕນ ໄປນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ. ການສົ່ງອອກຜະລິດຕະພັນເຫຼັກເສັ້ນດັ່ງກ່າວນີ້ ຖືວ່າເປັນຄັ້ງທໍາອິດ…

ລັດຈະເລັ່ງໃສ່ປັບປຸງຄຸນນະພາບຂອງພະນັກງານລັດ

ລັດຖະບານລາວຈະເລັ່ງປັບປຸງກົງຈັກຂອງອົງການລັດໃນແຕ່ລະຂັ້ນໂດຍສະເພາະຈະເນັ້ນປັບປຸງ ຄຸນນະພາບ ແລະ ການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດ ໂດຍເຮັດໃຫ້ຈໍານວນ ພະນັກງານລັດຫຼຸດລົງແຕ່ຄຸນນະພາບເພີ່ມຂຶ້ນ,  ນອກນັ້ນຍັງຈະປັບບັນດາໜ້າວຽກຕ່າງໆຂອງລັດໃຫ້ມັນ ແທດເໜາະ ແລະ ສອດຄ່ອງກັບສະພາບປັດຈຸບັນ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວໄດ້ກ່າວສຸນທອນພົດໃນພິທີສະເຫຼີມສະຫຼອງວັນຊາດທີ 2…

ປກສ ນະຄອນຫຼວງວຽງຈັນ ຈັບຜູ້ຖືກຫາລັກຊິ້ນສ່ວນລາງລົດໄຟ 3ຄົນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ທີ່ລັກນ໋ອດຈັບລາງລົດໄຟ, ເຫຼັກສໍາເລັດຮູບ  ແລະ ກວດຄົ້ນຮ້ານເຫຼັກເສດພົບເຫຼັກກຽວໃຫ່ຍ ແລະ ແຜ່ນເຫຼັກທີ່ເປັນຊິ້ນສ່ວນຈາກ ໂຄງການທາງລົດໄຟລາວ-ຈີນ. ຫົວໜ້າຫ້ອງການກອງບັນຊາການ ປກສ ນວ ທ່ານ ພັທ ສົມພຽງ…

ການລະບາດຂອງ ພະຍາດໂຄວິດ-19 ເພີ່ມຄວາມສ່ຽງດ້ານໂພສະນາການຂອງ ເດັກ

ສະຖານະການ ການລະບາດ ຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ເພີ່ມຄວາມສ່ຽງດ້ານໂພສະນາ ການຂອງເດັກ ໃນ ສປປ ລາວ, ຊຶ່ງການຂາດສານອາຫານ ຈະສົ່ງຜົນໄລຍະຍາວ ດ້ານການຈະເລີີນເຕີບໂຕ, ພັດທະນາການ ແລະ ສຸຂະພາບຂອງເດັກ, ຊຸມຊົມ ແລະ ປະເທດຊາດ. ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ…

ຄົນລາວເສຍຊີວິດຍ້ອນພະຍາດເອດສະເລ່ຍ 160 ຄົນ/ປີ

ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນແຈ້ງໃຫ້ຮູ້ວ່າ:  ນັບແຕ່ປີ 1990 ທີ່ພົບຜູ້ຕິດເຊື້ອເຮັສໄອວີ ກໍລະນີທໍາອິດ ແລະ ພົບຜູ້ຕິດເຊື້ອພະຍາດເອດໃນປີ 1992 ມາຮອດປີ 2020ນີ້, ຄົນລາວເສຍຊີວິດແລ້ວ 4.801 ຄົນ ໂດຍສະເລ່ຍແລ້ວແຕ່ລະປີມີຄົນລາວເສຍຊີວິດ 160 ຄົນຍ້ອນພະຍາດເອດ. ສູນຕ້ານເອດ ແລະ…

ການປູກພຶດກະສິກໍາຢູ່ລາວຍັງມີການໃຊ້ສານເຄມີຢູ່

ການປູກພຶດກະສິກໍາຢູ່ ສປປ ລາວ ຍັງນໍາໃຊ້ສານເຄມີຈໍານວນຫຼາຍ ເຖິງແມ່ນວ່າຊາວກະສິກອນຈະຮູ້ວ່າມີຄວາມອັນຕະລາຍກໍ່ຕາມ ໂດຍເຂົາເຈົ້າໃຫ້ເຫດຜົນວ່າການທີ່ຍັງໃຊ້ສານເຄມີນັ້ນກໍຍ້ອນວ່າພຶດຜັກບາງຊະນິດຈໍາເປັນຕ້ອງໄດ້ໃຊ້ເພື່ອປ້ອງກັນສັດຕູພຶດ (ຫຍ້າ, ແມງໄມ້ ແລະ ບົ້ງ) ແລະ ເພື່ອເພີ່ມຄວາມສວຍງາມ ແລະ ເພີ່ມນໍ້າໜັກໃຫ້ແກ່ພຶດກະສິກໍາ. ທ່ານແສງເດືອນ ວັນແສງຄໍາ ຊາວກະສິກອນ ທີ່ປູກຜັກບົ່ວ ຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ…

ການແຂ່ງຂັນກິລາດອກປີກໄກ່ທົ່ວ ປະເທດ ຄັ້ງທີ II ຊິງຂັນ ນາຍົກລັດຖະມົນຕີ ເລີ່ມວັນພະຫັດ ນີ້ 

ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ກຽມເປີດ ການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຄັ້ງທີ II ຊີງຂັນນາຍົກລັດຖະມົນຕີ, ລະຫວ່າງວັນທີ 3-6 ທັນວາ 2020 ທີ່ສະໂມສອນກິລາດອກປີກໄກ່ເສດຖາ (ບ້ານ ບຶງຂະຫຍອງ ), ປັດຈຸບັນ ມີທີມຍື່ນສະໝັກເຂົ້າຮ່ວມທັງໝົດ 59 ທີມ ຈາກ 28…

ການບິນລາວ ຈະຢຸດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ ເປັນເວລາ 7 ວັນ

ລັດວິສາຫະກິດການບິນລາວໄດ້ອອກແຈ້ງການໃນວັນທີ 30 ທັນວາ 2020 ທີ່ຜ່ານມາ ເຖິງລູກຄ້າ ຫຼື ຜູ້ທີ່ຈະເດີນທາງດ້ວຍສາຍການບິນແຕ່ນະຄອນ ຫຼວງ ວຽງຈັນ ຫາ ແຂວງອຸດົມໄຊ ແລະ ແຂວງອຸດົມໄຊ ຫາ ນະຄອນຫຼວງວຽງຈັນ ວ່າ, ການບິນລາວຈະຢຸດຊົ່ວຄາວຖ້ຽວບິນວຽງຈັນ-ອຸດົມໄຊ-ວຽງຈັນ ເປັນເວລາ 7…