ນັກສຶກສາສາວເສຍຊີວິດຄາທີ່ຈາກອຸບັດເຫດໃນຕອນເຊົ້າຂອງມື້ນີ້

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແຈ້ງໃຫ້ຮູ້ວ່າ: ໃນເວລາ ປະມານ 00:45 ນາທີ ຂອງມື້ວັນທີ 30 ພະຈິກ 2020 ນີ້ໄດ້ເກີດເຫດລົດໃຫ່ຍຕໍາລົດໃຫ່ຍຢ່າງຮຸນແຮງ(ລົດກະບະຮຸນໄດຕຳກັບລົດເກັງຮຸນໄດ), ເຫດເກີດ ຢູ່ຕໍ່ໜ້າໂຮງຮຽນການເງິນ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງອຸບັດເຫດໃນຄັ້ງນີ້ໄດ້ໃຊ້ຂອງແຂງງັດເອົາຕົວຜູ້ຂັບຂີ່ທີ່ຖືກບາດເຈັບອອກຈາກລົດເກັງຮຸນໄດ…

ເມືອງຮຸນທຳລາຍອາວຸດລ່າເນື້ອ, ເຄື່ອງຫາປາ, ເຄື່ອງຕັດໄມ້

ກອງກຳລັງ ປກສ-ປກຊ  ເມືອງຮຸນ ແຂວງອຸດົມໄຊ ເລັ່ງແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງຂອງຕົນໂດຍສະເພາະ ແມ່ນການລັກລອບລ່າສັດປ່າຫວງຫ້າມຢູ່ເຂດປ່າສະຫງວນ, ຫາປາໂດຍໃຊ້ເຄື່ອງຊ໋ອດໄຟຟ້າ, ການລັກລອບຕັດໄມ້ ແລະ ປະກົດການຫຍໍ້ທໍ້ຕ່າງໆ. ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ ທ່ານ ພັທ ບຸນຮັກ ໄຊຍະຕິ ໄດ້ກ່າວເມື່ອບໍ່ດົນມານີ້ກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ທົ່ວເມືອງຮຸນວ່າ: ປະກົດການຫຍໍ້ທໍ້ຕ່າງໆຍັງເກີດມີຂຶ້ນເລື້ອຍໆເຖິງແມ່ນວ່າ…

ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ຊ່ວຍເຫຼືອອຸປະກອນການແພດ ຕອບໂຕ້ການຂາດສານອາຫານຂອງເດັກ

ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ປະຈຳລາວ ໄດ້ຊ່ວຍເຫຼືອອຸປະກອນການແພດ ແລະ ຢາປິ່ນປົວ ໃຫ້ແກ່ກະຊວງສາທາລະນະສຸກ ເພື່ອເສີມຂະຫຍາຍຄວາມເຂັ້ມແຂງ ໃນການຕອບໂຕ້ບັນຫາການຂາດສານອາຫານຂອງເດັກ ພາຍໃນປະເທດໃນຍຸກສະໄໝຂອງພະຍາດໂຄວິດ-19, ລວມມູນຄ່າ ເກືອບ 800.000 ໂດລາສະຫະລັດ. ສໍາລັບເຄື່ອງຊວ່ຍເຫຼືອຄັ້ງນີ້ ແນໃສ່ນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ປິ່ນປົວການຂາດສານອາຫານໃນກຸ່ມເດັກນ້ອຍລຸ່ມ 5…

ປະຊາຊົນຢາກຮູ້ກໍານົດເວລາເປີດ-ປິດໄຟເຍືອງທາງ ແລະ ລະບົບນໍ້າພຸ ສວນປະຕູໄຊ

ປະຊາຊົນໃນຕົວເມືອງນະຄອນຫຼວງວຽງຈັນ, ເຂດນອກເມືອງ ແລະ ປະຊາຊົນຕ່າງແຂວງຫຼາຍຄົນທີ່ໄດ້ຕັ້ງໃຈມາທ່ຽວຊົມຄວາມງາມຂອງໄຟເຍືອງທາງ ແລະ ລະບົບນໍ້າພຸທີ່ໄດ້ເປີດນໍາໃຊ້ເມື່ອບໍ່ດົນມານີ້ຕ່າງກໍ່ຜິດຫວັງໄປຕາມໆກັນເພາະມີການປິດໄຟເຍືອງທາງ ແລະ ລະບົບນໍ້າພຸໄວໂພດທັງທີ່ຍັງບໍ່ທັນເດິກປານໃດ, ເຂົາເຈົ້າຢາກໃຫ້ລັດຖະບານກໍານົດເວລາ ຫຼື ໂມງ ໃນການເປີດ-ປິດ ໄຟເຍືອງທາງໃນເທດສະບານ 7 ເສັ້ນທາງ ແລະ ລະບົບນໍ້າພຸ ສວນປະຕູໄຊ ໃຫ້ລະອຽດ ເພື່ອບໍ່ໃຫ້ມາແລ້ວເສຍເວລາ.…

ໂຄງການຍົກລະດັບໄຟເຍືອງທາງໃນເທດສະບານ ແລະ ລະບົບນໍ້າພຸ ສວນປະຕູໄຊຈະມອບ-ຮັບໃນເດືອນມີນາ 2021 ນີ້

ປັດຈຸບັນນີ້, ໂຄງການຍົກລະດັບໄຟເຍືອງທາງໃນເທດສະບານ 7 ເສັ້ນທາງໃຈກາງຕົວເມືອງນະຄອນຫຼວງວຽງຈັນ ແລະ ລະບົບນໍ້າພຸ ສວນປະຕູໄຊ ກໍາລັງເລັ່ງໃສ່ການຟື້ນຟູທາງຍ່າງ, ປັບປຸງບ່ອນຕິດຕັ້ງຕີນເສົາ ຈໍານວນໜຶ່ງ, ຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄວບຄຸມທັງລະບົບສັນຍານສົ່ງຂໍ້ມູນເພື່ອໃຫ້ສໍາເລັດຕາມແຜນໃນເດືອນກຸມພານີ້ ກ່ອນທີ່ຈະມີການມອບ-ຮັບໃນວັນທີ 25 ມີນາ 2021. ໂດຍລວມແລ້ວໂຄງການດັ່ງກ່າວແມ່ນສໍາເລັດໂດຍພື້ນຖານພາຍຫຼັງທີ່ເລີ່ມປະຕິບັດມາແຕ່ເດືອນກັນຍາ 2020 ຊຶ່ງໄດ້ສໍາເລັດການຕິດຕັ້ງໄຟເຍືອງທາງໃນເທດສະບານ…

ຜູ້ຕິດເຊື້ອໂຄວິດ-19 ລັກອອກຈາກສູນກັກບໍລິເວນນັ້ນບໍ່ມີມູນຄວາມຈິງ

ຈາກກໍລະນີທີ່ມີຂ່າວລືກັນເມື່ອບໍ່ດົນມານີ້ ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນເພດຊາຍ ໂດຍໄດ້ຖືກກັກບໍລິເວນ 14 ວັນ ຢູ່ໂຮງແຮມ, ໄດ້ມີສາວບໍລິການທາງນອກເຂົ້າໄປໃຫ້ບໍລິການຜູ້ຕິດເຊື້ອໂຄວິດ-19 ຢູ່ໃນໂຮງແຮມ ແລະ ຍິງສາວໄດ້ນໍາເອົາເຊື້ອໄປແຜ່ສູ່ສັງຄົມ, ນອກນັ້ນຍັງມີຂ່າວລືທີ່ວ່າມີຜູ້ເດີນທາງເຂົ້າມາລາວຈໍານວນໜຶ່ງໂດຍຖືກກັກບໍລິເວນຢູ່ໂຮງແຮມ ຫຼື ຢູ່ສູນກັກກັນໄດ້ພາກັນລັກໂຕນໜີອອກຈາກສູນກັກກັນກ່ອນກໍານົດນັ້ນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ອອກມາຢືນຢັນວ່າບໍ່ມີມູນຄວາມຈິງ ເປັນຂ່າວປອມທີ່ພວກບໍ່ຫວັງດີປ່ອຍຂ່າວເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມລາວເທົ່ານັ້ນ. ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ.…

ລາວໂຈະການອອກວີຊາ ສໍາລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດ ຂອງພະຍາດໂຄວິດ-19 ຮອດທ້າຍປີ 2020 ນີ້

ພາຍຫຼັງທີ່ພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ອີກຢູ່ລາວຈໍານວນ 14 ກໍລະນີໃນວັນທີ 22 ພະຈິກທີ່ຜ່ານມາທີ່ເດີນທາງມາແຕ່ຕ່າງປະເທດ ລັດຖະບານລາວໄດ້ມີການປຶກສາຫາລືກ່ຽວກັບມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກອງປະຊຸມສະໄໝສາມັນປະຈໍາເດືອນພະຈິກ 2020 ໂດຍຜົນຂອງການປຶກສາຫາລື ແລະ ມີການເຫັນດີ ໃຫ້ໂຈະການອອກວີຊາ ສໍາລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດ ຂອງພະຍາດໂຄວິດ-19 ໃນຊຸມຊົນ ແຕ່ນີ້ຈົນເຖິງວັນທີ 31 ທັນວາ 2020, ໃຫ້ໂຈະການອະນຸມັດຖ້ຽວບິນເໝົາລໍາຈາກປະເທດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19,…

ທາງດ່ວນວຽງຈັນ-ວັງວຽງ ເປີດໃຫ້ສັນຈອນຟຣີ 2 ວັນ

ບໍລິສັດຮ່ວມທຶນພັດທະນາ ທາງດ່ວນລາວ-ຈີນຈໍາກັດໃຫ້ຮູ້ວ່າ: ໃນໄລຍະວັນທີ 1 ຫາ 2 ທັນວາ 2020 ທີ່ຈະມາເຖິງນີ້ ຈະເປີດທາງດ່ວນວຽງຈັນ -ວັງວຽງ ໃຫ້ສັນຈອນຟຣີເພື່ອເປັນການ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ( 2 ທັນວາ…

ບໍລິສັດບົວລະພາກຽມຕັດໄມ້ເພື່ອປ້ອນໂຮງງານໄມ້ອັດຫຼັງທີ 2

ບໍລິສັດບົວລະພາ ກະສີກໍາ-ປ່າໄມ້ຈໍາກັດ ກຽມຕັດໄມ້ວິກ ແລະ ໄມ້ກະຖິນນະລົງ ເພື່ອປ້ອນໂຮງງານໄມ້ອັດ ຂອງບໍລິສັດ ຢູ່ ເມືອງຫີນເຫີບ ແຂວງວຽງຈັນ ແລະ ຮັບສະໝັກພະນັກງານຈໍານວນຫຼາຍເພື່ອເຮັດວຽກ ໃນໂຮງງານ ທີ່ຈະເປີດຢ່າງເປັນທາງການໃນເດືອນເມສາ 2021 ທີ່ຈະມາເຖິງນີ້. ຮອງ​ອຳນວຍ​ການ​ບໍລິສັດ​ບົວລະພາ​ກະ​ສິ​ກຳ ​-​ ປ່າ ໄມ້​ຈຳກັດ…

ເຂື່ອນໄຟຟ້ານໍ້າກົງ ຈະເລີ່ມຜະລິດໄຟຟ້າໃນ ປີ 2021

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ເລີ່ມລົງມືກໍ່ສ້າງ ໃນປີ 2017 ເປັນຕົ້ນມາ, ຊຶ່ງມາຮອດປັດຈຸບັນ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ສຳເລັດແລ້ວ 81,9% ຂອງໜ້າວຽກທັງໝົດ, ຄາດວ່າໃນເດືອນພຶດສະພາ ປີ 2021 ຈະໄດ້ທົດລອງແລ່ນຈັກຜະລິດໄຟຟ້າ, ຫຼັງຈາກນັ້ນ ຈະຜະລິດໄຟຟ້າຈໍາໜ່າຍຢ່າງເປັນທາງການພາຍ ໃນ ເດືອນມິຖຸນາ…