ນົກກະຈອກເທດ ເປັນສັດເສດຖະກິດເປັນທີ່ຕ້ອງການຂອງຜູ້ບໍລິໂພກ
ການລ້ຽງນົກກະຈອກເທດກໍາລັງເປັນເສດຖະກິດຄອບຄົວທີ່ໄດ້ຮັບຄວາມນິຍົມ ແລະ ມີການຂະຫຍາຍຕົວຫຼາຍຢູ່ໃນນະຄອນຫຼວງວຽງຈັນ ຍ້ອນວ່ານົກດັ່ງກ່າວລ້ຽງງ່າຍ, ມີລາຄາສູງ ແລະ ມີຄວາມຕ້ອງການຫຼາຍຈາກຜູ້ບໍລິໂພກ ຈົນບໍ່ສາມາດຜະລິດໄດ້ຕາມຄວາມຕ້ອງການ. ຟາມນົກກະຈອກເທດ ຢູ່ບ້ານຖໍ້າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນໜຶ່ງໃນຫຼາຍຟາມທີ່ໄດ້ລິເລີ່ມລ້ຽງນົກກະຈອກເທດມາແຕ່ທ້າຍປີ 2019, ໃນເນື້ອທີ່ 8 ເຮັກຕາ ໂດຍແບ່ງອອກເປັນເນື້ອທີ່ປູກຫຍ້າ, ສະຖານທີ່ລ້ຽງນົກ, ສ້າງຄອກນົກ…

