ນາຍົກສັ່ງຖ້າພົບເຫັນຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ຫາກຍັງຝ່າຝືນ ໃຫ້ລົບລ້າງໃບອະນຸຍາດ
ທີ່ກອງປະຊຸມປຶກ ສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງກວດສອບຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານເຫຼົ້າ-ເບຍ ທີ່ລັດຖະບານສັ່ງປິດຊົ່ວຄາວຫາກມີການລະເມີດໃຫ້ດຳເນີນການຕັກເຕືອນ, ປັບໃໝ ແຕ່ຖ້າຫາກຍັງຝ່າຝືນອີກໃຫ້ລົບລ້າງໃບອະນຸຍາດ ແລະ ໃບທະບຽນດຳເນີນວິສາຫະກິດ. ນອກນັ້ນ…

