ເມືອງນາຊາຍທອງ ເປີດຂະບວນການຕ້ານພະຍາດໄຂ້ຍຸງລາຍ

ຫ້ອງການ ສາທາລະນະສຸກ ເມືອງນາຊາຍທອງ​ ນະຄອນຫຼວງວຽງຈັນ ໄດ້ເປີດຂະບວນ ຫຼື ກິດຈະກໍາ ຕ້ານໄຂ້ຍຸງລາຍແບບຊຸມຊົນເປັນເຈົ້າການ​ ເມື່ອບໍ່ດົນມານີ້, ເພື່ອເປັນການກະຕຸນໃຫ້ປະຊາຊົນ ເປັນເຈົ້າການ ປ້ອງກັນພະຍາດໄຂ້ຍຸງລາຍ ໂດຍສະເພາະທໍາລາຍແຫຼ່ງເພາະ ພັນຂອງ ຍຸງລາຍຕາມນອກ ແລະ ໃນສະຖານທີ່ຢູ່ອາໃສຂອງທຸກໆຄົວເຮືອນ. ທ່ານ ດຣ. ຄຳພັນ…

84 ວັນແລ້ວທີ່ລາວບໍ່ມີຜູ້ຕິດເຊື້ອໂຄວິດ-19 ແຕ່ໜ້າວິຕົກເພາະທົ່ວໂລກມີຜູ້ເສຍຊິວິດ 532.644 ຄົນ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ​ ໂຄວິດ-19 (COVID-19) ແຈ້ງວັນທີ 5 ກໍລະກົດ 2020 ນີ້ໃຫ້ຮູ້ວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 04 ກໍລະກົດ 2020,…

ທ່ານ ລັດຖະມົນຕີ ຖວທ ເນັ້ນໃຫ້ປະຊາຊົນເມືອງໂຂງສືບຕໍ່ຮັກສາມູນເຊື້ອ ແລະ ຮັກສາຮູບແບບການທ່ອງທ່ຽວດັ່ງເດີມ

ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ລົງຢຽ້ມຢາມ ໃນບໍ່ດົນມານີ້  ປະຊາຊົນ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເມືອງໂຂງ ແຂວງຈໍາປາສັກ. ທ່ານ ກິແກ້ວ ໄຂຄໍາພິທູນ …

ຝູງຕັກແຕນໄມ້ປ່ອງທຳລາຍຜົນຜະລິດເສຍຫາຍ 80 ກ່ວາເຮັກຕາ ຢູ່ເມືອງໃໝ່

ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໃໝ່ ແຂວງຜົ້ງສາລີ ແຈ້ງໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາ ຮອດປັດຈຸບັນນີ້ ຝູງຕັກແຕນໄມ້ປ່ອງ ໄດ້ເຂົ້າທໍາລາຍ ພຶດ, ຜັກ, ເຂົ້າໄຮ່ ແລະ ຜົນລະປູກອື່ນໆ ຂອງພໍ່ແມ່ປະຊາຊົນ ບ້ານແສນຫລວງ ເມືອງໃໝ່ ແຂວງ…

ລັດເລັ່ງຄຸ້ມຄອງຊ້າງປ່າ ແລະ ສ້າງສວນພຶກສາສາດ

ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໃຫ້ຮູ້ວ່າ: ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ໃຫ້ທຶນ 800 ລ້ານກີບ ເມື່ອບໍ່ດົນມານີ້ ໃຫ້ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອໄປສຸມໃສ່ໂຄງການແກ້ໄຂບັນຫາ ຂໍ້ຂັດແຍ່ງ ລະຫວ່າງຄົນກັບຊ້າງ…

ເປີດການກໍ່ສ້າງສະຖານີຂົນສົົ່ງໂດຍສານຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ນະຄອນຫຼວງວຽງຈັນ

ສະຖານີຂົນສົ່ງໂດຍສານຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ ບ້ານໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດການກໍ່ສ້າງຢ່າງເປັນທາງການມື້ວານນີ້ວັນທີ 3 ກໍລະກົດ 2020 ຊຶ່ງມີເນື້ອທີ່ການກໍ່ສ້າງທັງໝົດ 150 ເຮັກຕາ. ສະຖານນີຂົນສົົ່ງໂດຍສານດັ່ງກ່າວ ເປັນໜຶ່ງໃນສະຖານີຂົນສົົ່ງໂດຍສານທີ່ໃຫ່ຍອີກແຫ່ງໜຶ່ງ ຂອງໂຄງການ ກໍ່ສ້າງ ທາງລົດໄຟລາວ-ຈີນ ທີ່ຈະມີການເຊື່ອມຕໍ່ກັບສະຖານີຂົນສົົ່ງ ສີນຄ້າທາງລົດໄຟລາວ-ໄທຢູ່ບ້ານທ່ານາແລ້ງ…

ເມືອງ ສາມັກຄີໄຊ ເປີດຂະບວນການຍ່າງ ໂຄສະນາສຸຂະສືກສາ ຕອບໂຕ້ພະຍາດໄຂ້ຍຸງລາຍ

ເມືອງ ສາມັກຄີໄຊ ແຂວງອັດຕະປື ໄດ້ເປີດຂະບວນການຍ່າງ ເພື່ອໂຄສະນາສຸຂະສືກສາ ກ່ຽວກັບ ການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ພະຍາດໄຂ້ຍຸງລາຍ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2020 ນີ້ ທີ່ສວນສາທາລະນະເຈົ້າໄຊຍະເສດຖາທິລາດ. ໃນພິທີເປີດຂະບວນການຍ່າງດັ່ງກ່າວ, ທ່ານ ບຸນທະມະລີ ໝັ້ນອານົງ…

ສສຊ ເນັ້ນໃຫ້ນັກວິຊາການວາງລາຄາໄຟຟ້າ ລົງໄປເບີ່ງຕົວຈິງ

ທ່ານສາຍທອງ ແກ້ວດວງດີ ສະມາຊິກສະພາ ແຫ່ງຊາດ ເຂດ 1 ນະຄອນຫລວງວຽງຈັນໄດ້ສະເໝີຕໍ່ນາຍົກລັດຖະມົນຕີ ໃນບໍ່ດົນມານີ້ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການປັບໂຄງສ້າງລາຄາໄຟຟ້າໃໝ່ ທີ່ກໍານົດໃຫ້ລາຄາຖືກຮອດພຽງແຕ່ 150 ກິໂລວັດໂມງ/ເດືອນໃນລາຄາ 355…

ລາວສະໜັບສະໜູນຕໍ່ການຮັບຮອງເອົາກົດໝາຍວ່າດ້ວຍການ ຮັກສາຄວາມຫມັ້ນຄົງແຫ່ງຊາດຂອງເຂດປົກຄອງພິເສດຮົງກົງຂອງ ຈີນ

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ອອກຖະແຫຼງການມື້ນີ້ວັນທີ 3 ກໍລະກົດ 2020 ວ່າ: ສປປ ລາວ ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ສປ ຈີນ ຕໍ່ການຮັບຮອງເອົາກົດໝາຍ ວ່າດ້ວຍ ການຮັກສາຄວາມຫມັ້ນຄົງແຫ່ງຊາດ ຂອງເຂດປົກຄອງພິເສດຮົງກົງ…

ລັດຈະມີລາຍຮັບເຖິງ 150 ລ້ານ ໂດລາ ຈາກການຂຸດຄົ້ນຫິນແຮ່ ແລະ ຊາຍ

ສະພາແຫ່ງຊາດແຈ້ງໃຫ້ຮູ້ວ່າ: ຄາດຄະເນໃນປີ 2020 ນີ້, ລັດຖະບານຈະມີລາຍຮັບເຂົ້າງົບປະມານແຫ່ງລັດເຖິງ 150 ລ້ານໂດລາ ຈາກການຂຸດຄົ້ນ ຫິນແຮ່ ແລະ ຊາຍ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆ. ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ…