ແຂວງສະຫວັນນະເຂດ ກຽມຜ່ານເນື້ອໃນປຶ້ມປະຫວັດສາດທົ່ງນາເງືອກ
ອໍານາດການປົກຄອງ ແຂວງສະຫວັນນະເຂດກຽມຜ່ານເນື້ອໃນປື້ມປະຫວັດສາດກ່ຽວກັບປະຫວັດຄວາມເປັນມາຂອງ ທົ່ງນາເງືອກ ເຊິ່ງຕັ້ງຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ກ່ອນທີ່ຈະສະເໜີທົ່ງນາເງືອກນີ້ຂຶ້ນ ເປັນມໍລະດົກວັດທະນະທຳລະດັບຊາດ. ກອງປະຊຸມຜ່ານເນື້ອໃນປຶ້ມດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ສະໂມສອນຫ້ອງວ່າການປົກຄອງ ເມືອງວິລະບູລີ ເພື່ອລະດົມເອົາແນວຄວາມຄິດຂອງຫຼາຍພາກສ່ວນ ໃນການເປັນຂໍ້ມູນໃຫ້ແກ່ການຂຽນປຶ້ມປະຫວັດສາດ ທົ່ງນາເງືອກ ໂດຍສະເພາະແມ່ນການຂຽນເປີດຫົວເລື່ອງ, ເດີນເລື່ອງ ແລະ ການປິດທ້າຍຂອງເລື່ອງ ເມື່ອຜ່ານການຄົ້ນຄົ້ວ…

