ກອງປະຊຸມ ແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ໃນມື້ວານນີ້, ທີ່ສູນປະຊຸມສາກົນ, ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ ໄດ້ມີກອງປະຊຸມ ແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ…

ບຸນພະທາດສີໂຄດຕະບອງ ປະຈຳ​ປີ 2026  ຈະເລີ່ມຄົບງັນແຕ່ວັນທີ 29 ມັງກອນ ເປັນຕົ້ນໄປ

ອໍານາດການປົກຄອງແຂວງຄຳມ່ວນ ຈະຈັດງານ​ບຸນ​ນະມັດສະການ​ພະ​ທາດ​ສີ​ໂຄດ​ຕະບອງ​ ​ປະຈຳ​ປີ 2026 ​ຈະມີຫຼາຍກິດຈະກຳທາງດ້ານ​ວັດທະນະທຳ ແລະ  ຮີດຄອງປະເພນີລາວ ແລະ ວາງສະ​ແດງຂາຍ​ສິນຄ້າ ທີ່ໜ້າສົນໃຈມາທ່ຽວຊົນ ໃນລະຫວ່າງ​ວັນ​ທີ 29 ມັງກອນ 2026 ຫາ ວັນ​ທີ 2 ກຸມພາ 2026. ກິດຈະກຳງານ​ບຸນ​ປະ​ເພນີນີ້…

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ…

ລະບົບຕຳຫຼວດເອເລັກ ໂຕຣນິກຈະຊ່ວຍຫຼຸດຜ່ອນແກ້ໄຂປັນຫາອາດຊະຍາກໍາ

ກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເຊື່ອວ່າການພັດທະນາ ລະບົບຕຳຫຼວດເອເລັກໂຕຣນິກ ທີ່ທັນສະໄໝຈະຊ່ວຍຫຼຸດຜ່ອນແກ້ໄຂປັນຫາອາດຊະຍາກໍາ ແລະ ເປັນພະຍານຫຼັກຖານໃນການດຳເນີນຄະດີ, ເປັນລະບົບລວມສູນມາດຕະຖານ ເຕັກນິກອັນດຽວກັນ ແລະ ອື່ນໆ. ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ບໍລິສັດ ລາວມະຫາຊັບ ພັດທະນາຈຳກັດຜູ້ດຽວ ລົງນາມເຊັນສັນຍາ ຮ່ວມມືພັດທະນາ…

ບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ປີນີ້ ຈະມີການສະແດງ ໂດຣນ 590 ລຳ ເທິງທ້ອງຟ້າ ແລະ ກິດຈະກໍາອື່ນໆ

ງານບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ປະຈຳປີ 2026 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 31 ມັງກອນ ຫາ 2 ກຸມພາ 2026 (ຂຶ້ນ 13-15 ຄ່ຳ ເດືອນ 3 ລາວ) ຈະມີການສະແດງ ໂດຣນ 590…

ທົ່ວປະເທດມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ທັງໝົດ 243 ທ່ານ ເລືອກເອົາ 175 ທ່ານ

ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນມື້ວານນີ້ ກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ໂດຍມີຜູ້ສະໝັກທັງໝົດ 243 ທ່ານ (ຍິງ 66…

ປະທານປະເທດ ແລະ ຄະນະອອກເດີນທາງຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ, ໄດ້ເດີນທາງ ຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ…

ມອບ-ຮັບ ໜ້າທີ່ ເລຂາຄະນະບໍລິຫານງານພັກ, ປະທານສູນກາງແນວລາວສ້າງຊາດ

 ສູນກາງແນວລາວສ້າງຊາດ(ສນຊ) ຈັດພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ປະທານ ສູນກາງແນວລາວສ້າງຊາດ ລະຫວ່າງ ສະຫາຍ ສິນລະວົງ ຄຸດໄພທູນ ເລຂາຄະນະບໍລິຫານງານພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ແລະ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່)…

ນາຍົກເນັ້ນໃຫ້ຂະແໜງ ຮສສ ສືບຕໍ່ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ກອງປະຊຸມວິຊາການວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທົ່ວປະເທດປະຈໍາປີ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 23 ມັງກອນ 2026 ທີ່ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ສອນໄຊ…

ສິນຄ້າ ໝົດອາຍຸ ແລະ ເສື່ອມຄຸນນະພາບເປັນອັນຕະລາຍຕໍ່ສຸຂະພາບ

ສາທາລະນະສຸກ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຮ້ຽມ ແຂວງຫົວພັນ ໄດ້ຈູດທຳລາຍສິນຄ້າທີ່ໝົດອາຍຸ ແລະ ເສື່ອມຄຸນນະພາບໃນວັນທີ 22 ມັງກອນ 2026 ທີ່ຜ່ານມານີ້ ຢູ່ສະຖານທີ່ຖີ້ມຂີ້ເຫຍື້ອຂອງເມືອງ ໂດຍການເຂົ້າຮ່ວມ ຂອງທ່ານ ຄໍາພັນ ແກ້ວບຸນຕາ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ,…