ເອັສທີກຣຸບ ຊ່ວຍຫຼຸດຜ່ອນຄວາມໜາວໃຫ້ປະຊາຊົນທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼິກ ທີ່ແຂວງອັດຕະປື
ບໍລິສັດເອັສທີກຣຸບ ແລະ ທະນາຄານເອັສທີຈຳກັດ ໄດ້ມອບເສື້ອກັນໜາວ ຈໍານວນ 2.000 ຜືນ ເພື່ອໃຫ້ປະຊາຊົນທີ່ທຸກຍາກ ຢູ່ເຂດຊົນນະບົດເຂດຫ່າງໄກສອກຫຼີກຢູ່ແຂວງອັດຕະປື ຊຶ່ງພິທີມອບ-ຮັບເສື້ອກັນໜາວດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງອັດຕະປື ລະຫວ່າງທ່ານ ກິດສະດາ ອິນທະປັນຍາ ຜູ້ຈັດການທະນາຄານເອັສທີຈຳກັດ ສາຂາແຂວງອັດຕະປື ແລະ ທ່ານ ເລັດ ໄຊຍະພອນ…

