ພົບຫຼາຍໂຄງການຂອງລັດຍັງບໍ່ຮັດກຸມ ແລະ ຕົກຢູ່ໃນທ່າເສຍປຽບໃຫ້ນັກລົງທຶນ

ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ: ຂອດການບໍລິການ ແລະ ການສ້າງເງື່ອນໄຂສະດວກໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຍັງເຮັດບໍ່ໄດ້ດີ ແລະ ມີລັກສະນະແກ່ຍາວ ການກວດກາຄຸ້ມຄອງໂຄງການຢູ່ພາກສະໜາມບໍ່ທົ່ວເຖິງ ຈຶ່ງເຮັດໃຫ້ມີບາງໂຄງການຍັງແຕະຕ້ອງຜົນປະໂຫຍດຂອງປະຊາຊົນໂດຍສະເພາະບັນຫາການສຳປະທານທີ່ດິນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ…

ເຈົ້າໜ້າທີ່ເຕືອນປະຊາຊົນ ໃຫ້ປ້ອງກັນອັກຄີໄພໃນລະດູແລ້ງ

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ  ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ອອກມາເຕືອນປະຊາຊົນຫວ່າງບໍ່ດົນມານີ້ວ່າ ໃຫ້ເອົາໃຈໃສ່ໃນການປ້ອງກັນອັກຄີໄພທີ່ມີໂອ ກາດເກີດໄດ້ງ່າຍໃນໄລຍະລະດູແລ້ງທີ່ຈະມາເຖິງນີ້. ທ່ານ ພັນໂທ ຈັນທະບຸນ ມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນວ່າ: ເຈົ້າໜ້າທີ່ຈະເຮັດ ວຽກຢ່າງໃກ້ຊິດກັບບັນດາອົງການປົກຄອງທ້ອງຖິ່ນໃນ 9 ຕົວເມືອງຢູ່ພາຍໃນນະຄອນຫຼວງ ວຽງຈັນນີ້ ເພື່ອໂຄສະນາອະທິບາຍໃຫ້ປະຊາຊົນ…

ສະຫວັນນະເຂດ ຈະຜະລິດເຂົ້ານາແຊງໃຫ້ ໄດ້ 3,000 ເຮັກຕາ

ແຂວງ ສະຫວັນນະເຂດ ວາງຄາດໝາຍຜະລິດເຂົ້ານາແຊງໃຫ້ໄດ້ 3,000 ເຮັກຕາ ໂດຍຈະສຸມໃສ່ 4 ເມືອງ ທີ່ ຖືກ ຜົນກະທົບ ຈາກໄພນໍ້າຖ້ວມ ຄື: ເມືອງ ຈໍາພອນ, ຊົນບູລີ, ສອງຄອງ ແລະ ໄຊບູລີ ລວມເນື້ອທີ່ 28,000…

ຍັງພົບບາງຫົວໜ່ວຍທຸລະກິດ ແລະ ຄົນຕ່າງປະເທດເຂົ້າມາລາວ ທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມລະບຽບຂອງ ສປປ ລາວ

ກະຊວງປ້ອງກັນຄວາມສະຫງົບ ໄດ້ແຈ້ງໃຫ້ ຮູ້ວ່າ: ກະຊວງປ້ອງກັນຄວາມສະຫງົບຈະ ເລັ່ງກວດຄົນເຂົ້າ-ອອກປະເທດຄືນໃຫ້ລະ ອຽດຢູ່ບັນດາດ່ານຕ່າງໆ ເພື່ອໃຫ້ຈໍາແນກ ໄດ້ວ່າ ຄົນຕ່າງປະເທດນັ້ນເປັນນັກທ່ອງ ທ່ຽວ ຫຼື ນັກທຸລະກິດທີ່ເຂົ້າມາລາວ ໂດຍຈະຈັດແບ່ງປະເພດໃຫ້ລະອຽດ ນໍາໃຊ້ເຄື່ອງມືທີ່ທັນສະໄໝມາຕິດຕັ້ງ.  ປະຈຸບັນທົ່ວປະເທດມີດ່ານສາກົນ 27 ດ່ານ ແລະ ການເກັບກໍາຂໍ້ມູນລະອຽດໂດຍນໍາໃຊ້ ເຄື່ອງມືທີ່ທັນສະໄໝນີ້ແມ່ນ…

ຂະບວນຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກາແດງລາວ

ອົງການກາແດງ ແຂວງໄຊສົມບູນ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ມື້ວານນີ້ ວັນທີ 8 ມັງກອນ 2020 ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງອົງການກາແດງລາວ ຄົບຮອບ 65 ປີ (ວັນທີ 1 ມັງກອນ 1955 ຫາວັນທີ 1 ມັງກອນ…

ວິຖີຊີວິດຂອງຊົນເຜົ່າຕອງເຫຼືອງ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຢູ່ ບຸນກອງເຂົ້າໃຫຍ່ເມືອງພຽງ

ບຸນກອງເຂົ້າໃຫຍ່ເມືອງພຽງໄດ້ເປີດຢ່າງເປັນທາງການມື້ເຊົ້ານີ້ວັນທີ 9 ມັງກອນ 2020 ທີ່ ເມືອງພຽງ ແຂວງໄຊຍະບູລີ ໂດຍມີກ້ອນກຳ ລັງມວນຊົນ 4.000 ຄົນເຂົ້າຮ່ວມໂດຍມີຂະ ບວນແຫ່ກອງເຂົ້າ 9 ກອງ ແລະ ຂະບວນການສະແດງຂອງ 8 ຊົນເຜົ່າທີ່ດຳ ລົງຊີວິດຢູ່ເມືອງພຽງ. ການເປີດຕະຫຼາດນັດ,…

ການເກັບຄ່າທຳນຽມທາງພາຫະນະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ປີ 2019 ການເກັບຄ່າທຳນຽມທາງ ຫຼື ເສຍຄ່າທາງສຳລັບພາຫະນະ (ລົດຈັກ, ລົດໃຫຍ່ຕ່າງໆ) ແມ່ນບໍ່ໄດ້ຕາມແຜນທີ່ວາງໄວ້ ແລະ ບໍ່ໄດ້ຮອດເຄີ່ງໜຶ່ງຂອງພາຫະນະທີ່ມີໃນທົ່ວປະເທດ ເຖິງແມ່ນວ່າຈະນໍາໃຊ້ລະບົບທີ່ ທັນສະໄໝໂດຍຜ່ານຫຼາຍຮູບແບບເຂົ້າມາ ຊ່ວຍແລ້ວກໍ່ຕາມ. ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງ ການເງິນໄດ້ກ່າວໃນບໍ່ດົນມານີ້ ຢູ່ກອງປະຊຸມເປີດກວ້າງລັດຖະບານຄັ້ງທີ…

ຊຽງຂວາງຈະ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະ ງານ ມະຫາກໍາກິລາແຫ່ງຊາດ

ປະຈຸບັນ ອຳນາດການປົກຄອງ ແຂວງ ຊຽງຂວາງ ກໍາລັງກະກຽມອອກຂໍ້ຕົກລົງແຈ້ງການໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກພາຍໃນແຂວງ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະເປັນເຈົ້າພາບຈັດງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໃນລະຫ່ວາງວັນທີ 22 ມີນາ ຫາ…

ບັນຫາຕຳແລ້ວໜີ ສັງຄົມລາວກຳລັງປະເຊີນ

ພະແນກຕຳຫຼວດຈະລາຈອນໄດ້ແຈ້ງ ໃຫ້ຮູ້ວ່າ: ການຕຳແລ້ວໜີແມ່ນບັນຫາ ໜຶ່ງຢູ່ໃນສັງຄົມລາວທີ່ປະກົດໃຫ້ເຫັນຢູ່ເລື້ອຍໆ, ເຊິ່ງສ້າງຄວາມກັງວົນໃຈ ໃຫ້ປະຊາຊົນລາວບັນດາເຜົ່າ. ສະເພາະປີ 2019 ທີ່ຜ່ານມາຢູ່ນະຄອນຫຼວງວຽງຈັນ ມີອຸປະຕິເຫດຕຳແລ້ວໜີເຖິງ 20 ກໍລະນີ ລວມມີຜູ້ບາດເຈັບ ແລະ ເສຍຊີວິດ ຊຶ່ງເຈົ້າໜ້າທີ່ຕຳຫຼວດ ສາມາດຕິດຕາມຜູ້ກະທຳຜິດມາລົງ ໂທດໄດ້ແລ້ວ 17 ກໍລະນີ…

ເທັນນິດ ນະຄອນຫຼວງ ຫວັງທວງຄວາມຍິ່ງໃຫຍ່ໃນຊຽງຂວາງເກມ

ສະຫະພັນເທັນນິດ ນະຄອນຫຼວງວຽງຈັນ (ນວ) ພ້ອມສົ່ງທັບນັກກິລາເທັນນິດລູກຫຼານຂອງຕົນ ຈຳນວນ 12 ຄົນ, ຍິງ 6 ຄົນ ຫຼັງເກັບຕົວຝຶກຊ້ອມຕັ້ງແຕ່ເດືອນສິງຫາ 2019 ນັບມາຮອດປັດຈຸບັນມີຄວາມພ້ອມເຖິງ 90 ເປີເຊັນ ພ້ອມຕັ້ງເປົ້າໝາຍຈະເອົາ 3 ຫຼຽນຄຳ ເພື່ອທວງຕຳແໜ່ງແຊ໋ມເຈົ້າຫຼຽນຄຳ ໃຫ້ທັບນັກກິລາ…