105 ຄົນເສຍຊີວິດ ຍ້ອນອຸບັດເຫດໃນເດືອນມີຖຸນາຜ່ານມາ
ໃນໄລຍະເດືອນມີຖຸນາຜ່ານມາ, ໄດ້ເກີດອຸປະຕິເຫດບົນທ້ອງຖະໜົນ 459 ກໍລະນີ ໃນທົ່ວປະເທດ, ມີຜູ້ເສຍຊີວິດ 105 ຄົນ, ທຽບໃສ່ເດືອນພຶດສະພາແມ່ນ ເພີ່ມຂຶ້ນ 59 ຄົນ. ພະແນກຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານໃຫ້ຮູ້ ຫວ່າງບໍ່ດົນມານີ້ວາ່: ປະຈຸບັນ, ການເກີດອຸບັດເຫດຢູ່ຕາມສາຍທາງຕ່າງໆໃນທົ່ວປະເທດ ສ່ວນໃຫຍ່ແມ່ນເກີດ…

