ລາວເລີ່ມມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19
ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ມີຄວາມກັງວົນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນຮອບ 2 ຢູ່ພາຍໃນປະເທດຍ້ອນວ່າບັນດາປະເທດອ້ອມຂ້າງ ຫຼື ປະເທດທີ່ມີຊາຍແດນຕິດກັບລາວຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ ແລະ ບາງປະເທດກໍ່ພົບການລະບາດຮອບໃໝ່ຊຶ່ງມີຜູ້ຕິດເຊື້ອພະຍາດນີ້ຫຼາຍກວ່າ 500 ຄົນພາຍໃນວັນດຽວໂດຍສ່ວນຫຼາຍແມ່ນແຮງງານ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວ…

