ຜູ້ຕິດເຊື້ອໄຂ້ຍຸງລາຍສະສົມເພີ່ມຂຶ້ນ 33 ກໍລະນີ ໃນທົ່ວປະເທດ
ປະຈຸບັນ ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ,ໂດຍສະເພາະ ພຽງແຕ່ວັນທີ 22 ມີຖຸນາ 2020 ມື້ດຽວມີຜູ້ຕິດເຊື້ອໄຂ້ຍຸງເພີ່ມເຖິງ 33 ກໍລະນີ ໃນທົ່ວປະເທດ. ອີງຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ທ້າຍປີ 2019 ຫາ ວັນທີ 22 ມີຖຸນາ…


